ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ໃນວັນທີ 10 ມິຖຸນາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ທະກະອິຈິ ຊະນາເອະ (Ms. TAKAICHI Sanae) ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກ ຮ່ວມກັນເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍໄດ້ໄປຢ້ຽມຢາມ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນວັນທີ 10 ມິຖຸນາຜ່ານມາ, ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ບັນດາທ່ານການນໍາພັກ - ລັດ ຈາກສູນກາງ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວ ວຽກງານຢູ່ແຂວງຈໍາປາສັກ ແລະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຈໍາປາສັກໃນວັນທີ 10 ມິຖຸນາຜ່ານມາ ທີ່ ຫ້ອງປະຊຸມໃຫຍ່ສະໂມສອນແຂວງ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ບັນດາສະຫາຍການນໍາພັກ - ລັດ ຈາກສູນກາງ, ບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະກຳມະການປົກຄອງແຂວງ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກໍາມະການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.