ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວິທະຍາຄານການແພດກອງທັບ ຈັດຕັ້ງສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງ

ວັນທີ 5 ມິຖຸນາ ຜ່ານມາ, ຄະນະວິທະຍາຄານການແພດກອງທັບ ໄດ້ລົງຕິດຕາມການສອບເສັງລະດັບຊາດ ພາກປະຕິບັດເຕັກນິກການຜ່າຕັດຕົວຈິງຂອງນັກສຶກສາຫ້ອງແພດຊ່ຽວຊານຂັ້ນ I ສາຍພາຍນອກ ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີສະຫາຍ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາຄານການແພດກອງທັບ, ກໍາມະການ ແລະ ອະນຸກໍາມະການ.
ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຈັດກິດຈະກໍາແຂ່ງຂັນເວົ້າສໍາລັບໄວໜຸ່ມ ເພື່ອສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: ເປີດໂປ່ງກົນລະຍຸດຂອງທຸລະກິດຢາສູບ ໃນການເພີ່ມຄວາມດຶງດູດໃຫ້ສິນຄ້າທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂຶ້ນໃນວັນທີ 30 ພຶດສະພານີ້ທີ່ສູນຮ່ວມມືສາກົນ
ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16

ກອງປະຊຸມຂອງສະມາຄົມການແພດນາລີເວດ-ສູຕິສາດລາວ ຄັ້ງທີ 16 ພາຍໃຕ້ຫົວຂໍ້: ການແກ້ໄຂສິ່ງຄ້າງຄາທາງດ້ານນາລີເວດ ສູຕິສາດ ສໍາລັບອະນາຄົດ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ ຜ່ານມາ ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍການປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແກ້ວເກດທອງ ພົງສະຫັວນ ປະທານສະມາຄົມການແພດນາລີເວດ-ສູຕິສາດລາວ, ມີບັນດາແພດປະສູດ-ພະຍາດຍິງທົ່ວປະເທດ​ ແລະ ໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ມອບ-ຮັບ ເງິນຊ່ວຍເຫຼືອຈາກມຸນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ມອບ-ຮັບ ເງິນຊ່ວຍເຫຼືອຈາກມຸນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ວັນທີ 28 ພຶດສະພາ ນີ້, ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດ ຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ມອບເງິນຈຳນວນ 121,000,000 ກີບ ໃຫ້ພະແນກຟື້ນຟູຊີບເດັກ ແລະ ເດັກເກີດໃໝ່ ເພື່ອຊື້ເຄື່ອງສາຍແສງຕົວເຫຼືອງທີ່ທັນສະໄໝ ເດັກເກີດໃໝ່ ທີ່ໂຮງໝໍມະຫໍສົດ ຊຶ່ງກ່າວມອບໂດຍທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ກ່າວຮັບໂດຍທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະຫໍສົດ, ມີທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນ

ເຊກອງ ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນ

ໃນວັນທີ 28 ພຶດສະພານີ້, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງເຊກອງ ຮ່ວມກັບ ຫ້ອງການມູນນິທິດູເເລປິ່ນປົວພະຍາດເອດ ປະຈໍາ ສປປ ລາວ ຫຼື (AHF Laos) ຈັດງານວັນສາກົນດູແລສຸຂະພາບເວລາຮອບເດືອນຂຶ້ນທີ່ສະໂມສອນໂຮງຮຽນດັ່ງກ່າວ ໂດຍເຂົ້າຮ່ວມຂອງ ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ, ທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ເເລະ ປະສານງານຫ້ອງການມູນນິທິດູເເລປິ່ນປົວພະຍາດເອດ ປະຈໍາ ສປປ ລາວ.
ເພີ່ມເຕີມ