ເນື່ອງໃນໂອກາດຈະມີການປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ SCO (shanghai cooperation organization) ໃນປີ 2025 ທີ່ຈະມາເຖິງນີ້.
ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ພວມດຳລົງຊີວິດໃນບັນຍາກາດອັນສະຫງ່າອົງອາດ ແຫ່ງການປະຕິວັດເດືອນສິງຫາ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງໄປເຖິງ “ວັນບຸນເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ວຽກງານຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານລາວມີວຽກເຮັດງານທໍາ, ສ້າງລາຍຮັບ, ພັດທະນາຄວາມຮູ້-ຄວາມສາມາດ ແລະ ສີມືແຮງງານຢູ່ຕ່າງປະເທດກາຍເປັນມືອາຊີບ ແລະ ເປັນກໍາລັງແຮງງານ ທີ່ສໍາຄັນທີ່ສຸດໃນການສ້າງສາບ້ານເກີດເມືອງນອນຂອງຕົນ ໃຫ້ມັ່ງຄັ່ງເຂັ້ມແຂງໃນຕໍ່ໜ້າ.
ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ຂຶ້ນ ໃນວັນທີ 22 ສິງຫານີ້ ທີ່ໂຮງແຮມເມືອງແທັງ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ພ້ອມນີ້, ກໍມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຈຳນວນໜຶ່ງ ຂອງ ສປປ ລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າສາກົນ ປະຈຳລາວ ເຂົ້າຮ່ວມ.