ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນທົ່ວປະເທດ ຂຶ້ນບໍ່ດົນມານີ້ ທີ່ສະໂມສອນຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ການແຂ່ງຂັນເຕະບານນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ຄັ້ງທີ VIII ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຂຶ້ນໃນວັນທີ 6 ກຸມພາຜ່ານມາ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ ກະຊວງ ສສກ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 9 ກຸມພານີ້ ທີ່ສະໂມສອນ ສຶກສາ ສາມັກຄີເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໄດ້ຍົກລະດັບຄວາມຮູ້ກ່ຽວກັບການຫັດແອບວິຊາພື້ນຖານປ້ອງກັນຕົວ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ.
ເມືອງພຽງ ແຂວງໄຊຍະບູລີ ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026 ຂຶ້ນໃນວັນທີ 4 ກຸມພານີ້ ທີຫ້ອງປະຊຸມຂອງເມືອງ ໂດຍມີທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ.