ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.