ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ຄໍາມ່ວນ ແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາວຽກງານກໍ່ສ້າງຮາກຖານການເມືອງ

ວັນທີ 17 ກັນຍານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນໍາຂັ້ນເມືອງ, ບັນດາພະແນກການ, ຂະແໜງການຕ່າງໆຂັ້ນແຂວງເຂົ້າຮ່ວມ.
ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ຄອບຄົວການນຳແຂວງຄຳມ່ວນ ມອບຕັ່ງ 50ໜ່ວຍ ໃຫ້ ປກສ ແຂວງ

ວັນທີ 17 ກັນຍາ 2026 ທີ່ກອງບັນຊາການ ປກສ ແຂວງຄຳມ່ວນ,ທ່ານນາງ ຖະໜອມຈິດ ໂຄດພູທອນ ພັນລະຍາຂອງທ່ານເລຂາພັກແຂວງຄຳມ່ວນ ໄດ້ມອບຕັ່ງ ຈຳນວນ 50ໜ່ວຍ ໃຫ້ແກ່ ປກສ ແຂວງ ເພື່ອນຳໃຊ້ໃນວຽກງານ.
ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ຊາວໜຸ່ມແຂວງອັດຕະປື ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອເພື່ອນມະນຸດ

ເພື່ອເປັນການສ້າງຂະບວນການເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ, ພ້ອມທັງຮ່ວມຊ່ວຍເຫຼືອຄົນເຈັບ, ສະໜອງເລືອດໃຫ້ພຽງພໍ ແລະ ກຽມພ້ອມຮັບມືກັບເຫດການສຸກເສີນທີ່ອາດເກີດຂຶ້ນ, ພ້ອມທັງປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອົງການກາແດງແຂວງໃຫ້ເກີດຜົນເປັນຈິງ.ດັ່ງນັ້ນໃນວັນທີ 17 ກັນຍາ 2026, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ແລະ ອົງການກາແດງແຂວງ ໄດ້ຮ່ວມກັນຈັດກິດຈະກຳບໍລິຈາກເລືອດຈາກອາສາສະໝັກຊາວໜຸ່ມອ້ອມຂ້າງແຂວງ ຂຶ້ນທີ່ສຳນັກງານຄະນະບໍລິຫານງານຊາວໜຸ່ມແຂວງ ພາຍໃຕ້ຫົວຂໍ້: “ໃຫ້ເລືອດ ໃຫ້ຊີວິດ ຊາວໜຸ່ມລາວເຮັດດ້ວຍໃຈ ອາສາສະໝັກ ໂດຍບໍ່ຫວັງສິ່ງຕອບແທນ”, ເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ.
ເພີ່ມເຕີມ