ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ສະຖາບັນເຕັກໂນໂລຊີອິສຣາແອນໄດ້ເປີດເຜີຍການພັດທະນາວິທີການໃໝ່ໃນການສະແກນພາບດ້ວຍຄື້ນແມ່ເຫຼັກໄຟຟ້າ (MRI) ສຳລັບການກວດຫາມະເຮັງເຕົ້ານົມແຕ່ຫົວທີ ແລະ ຖືກຕ້ອງຫຼາຍຂຶ້ນໂດຍໃຊ້ເຕັກໂນໂລຊີປັນຍາປະດິດ (AI). ໂດຍທີມນັກຄົ້ນຄວ້າກ່າວວ່າວິທີການໃໝ່ນີ້ອາດຈະນຳໃຊ້ກັບການສະແກນສະໝອງ, ຫົວ, ແລະ ຄໍ, ພ້ອມທັງເຕັກໂນໂລຊີການຖ່າຍພາບທາງການແພດອື່ນໆໃນອະນາຄົດ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນທ້າຍອາທິດຜ່ານມາ, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດເຜີຍໃຫ້ຮູ້ວ່າ, ລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມທົ່ວປະເທດຈີນມີເຖິງ 146,600 ຕື້ຢວນ, ເພີ່ມຂຶ້ນ 5.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມຕ້ອງການດ້ານການຈໍລະຈອນສິນຄ້າຂອງຂົງເຂດອຸດສາຫະກຳການຜະລິດລະດັບສູງສືບຕໍ່ເພີ່ມຂຶ້ນຢ່າງວ່ອງໄວ. ໃນເດືອນພຶດສະພາ ຜ່ານມາ, ຄວາມຕ້ອງການດ້ານການຈໍລະຈອນສິນຄ້າຂອງອຸດສາຫະກຳການຜະລິດເຕັກໂນໂລຊີສູງ ແລະ ອຸດສາຫະກຳການຜະລິດອຸປະກອນຕ່າງໆໄດ້ເພີ່ມຂຶ້ນ 15.1% ແລະ 9.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ການສຶກສາທີ່ນຳພາໂດຍມະຫາວິທະຍາໄລ Newcastle ຂອງອົສຕຣາລີຊີ້ໃຫ້ເຫັນວ່າ, ຄຳສັ່ງຫ້າມເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໃຊ້ສື່ສັງຄົມອອນລາຍຂອງອົສຕຣາລີ ຊຶ່ງຖືເປັນສະບັບທຳອິດຂອງໂລກ ມີຜົນກະທົບໜ້ອຍຕໍ່ການໃຊ້ງານຂອງບັນດາໄວໜຸ່ມໃນໄລຍະເລີ່ມຕົ້ນ. ໂດຍນັກຄົ້ນຄວ້າພົບວ່າໄວໜຸ່ມອາຍຸຕໍ່າກວ່າ 16 ປີ ຫຼາຍກວ່າ 85% ຍັງສືບຕໍ່ໃຊ້ແພັລດຟອມຜ່ານບັນຊີຂອງຕົນເອງ, ບັນຊີສຳຮອງ ແລະ ບັນຊີຮ່ວມກັບຄົນອື່ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຳມະນາປະກອບທຸລະກິດ Halal 2026 ຫົວຂໍ້ “ສິງກະໂປ, ຫວຽດນາມ ພ້ອມກັນສ້າງລະບົບມູນຄ່າ Halal ໃນພາກພື້ນ” ໄດ້ຈັດຂຶ້ນຫວ່າງມໍ່ມານີ້ໃນສິງກະໂປ. ໂດຍຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ປະສານສົມທົບກັບທະນາຄານ Maybank ແລະ ອົງການ Dawn Horizon ຈັດຂຶ້ນ, ມີຜູ້ຕາງໜ້າອົງການຄຸ້ມຄອງ, ອົງການຢັ້ງຢືນ, ອົງການການເງິນ ແລະ ວິສາຫະກິດໃນພາກພື້ນຈຳນວນຫຼາຍ ເຂົ້າຮ່ວມ.