ທ່ານ ອາ​ເລັກ​ຊັນ​ດາ ​ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີແຊັກ​ບີ ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​​

ທ່ານ ອາ​ເລັກ​ຊັນ​ດາ ​ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີແຊັກ​ບີ ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​​

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ມິຖຸນາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ທ່ານ ອາ​ເລັກ​ຊັນ​ດາ ​ວູຊິກ ​ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ ກ່າວ​ວ່າຕົນ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ອີກ​ບໍ່​ພໍ​ເທົ່າ​ໃດ​ອາ​ທິດ​ຕໍ່​ໜ້າ​ນີ້,​ ແຕ່ຈະ​ສືບ​ຕໍ່ປະ​ຕິ​ບັດ​ໜ້າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຕໍ່​ໄປ​ຈົນ​ກວ່າ​ຈະ​ຮອດ​ເວ​ລາ​ນັ້ນ.
ນັກຄົ້ນຄວ້າພັດທະນາວິທີການໃໝ່ໂດຍໃຊ້ AI ຊ່ວຍກວດມະເຮັງຜ່ານການສະແກນ MRI

ນັກຄົ້ນຄວ້າພັດທະນາວິທີການໃໝ່ໂດຍໃຊ້ AI ຊ່ວຍກວດມະເຮັງຜ່ານການສະແກນ MRI

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ສະຖາບັນເຕັກໂນໂລຊີອິສຣາແອນໄດ້ເປີດເຜີຍການພັດທະນາວິທີການໃໝ່ໃນການສະແກນພາບດ້ວຍຄື້ນແມ່ເຫຼັກໄຟຟ້າ (MRI) ສຳລັບການກວດຫາມະເຮັງເຕົ້ານົມແຕ່ຫົວທີ ແລະ ຖືກຕ້ອງຫຼາຍຂຶ້ນໂດຍໃຊ້ເຕັກໂນໂລຊີປັນຍາປະດິດ (AI). ໂດຍທີມນັກຄົ້ນຄວ້າກ່າວວ່າວິທີການໃໝ່ນີ້ອາດຈະນຳໃຊ້ກັບການສະແກນສະໝອງ, ຫົວ, ແລະ ຄໍ, ພ້ອມທັງເຕັກໂນໂລຊີການຖ່າຍພາບທາງການແພດອື່ນໆໃນອະນາຄົດ.
ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ​ໃນ 5 ເດືອນ​​ທຳ​ອິດ ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ

ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ​ໃນ 5 ເດືອນ​​ທຳ​ອິດ ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນທ້າຍອາທິດຜ່ານມາ, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດ​ເຜີຍໃຫ້ຮູ້ວ່າ, ລະ​ຫວ່າງ​ເດືອນ​ມັງ​ກອນ ​ຫາ ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໃນ​ສັງ​ຄົມ​ທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 146,600 ຕື້ຢວນ, ເພີ່ມ​ຂຶ້ນ 5.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​​ຂອງປີ​ກາຍ​. ຄວາມ​ຕ້ອງ​ການ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ລະ​ດັບ​ສູງສືບ​ຕໍ່​ເພີ່ມ​ຂຶ້ນຢ່າງວ່ອງ​ໄວ. ໃນ​ເດືອນ​ພຶດ​ສະ​ພາ​ ຜ່ານມາ, ຄວາມ​ຕ້ອງ​ການ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ຂອງອຸດ​ສາ​ຫະ​​ກຳ​ການ​ຜະ​ລິດ​ເຕັກ​​ໂນ​ໂລ​ຊີ​ສູງ​​ ແລະ ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ອຸ​ປະ​ກອນ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ 15.1% ແລະ 9.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອົສຕຣາລີ ພົບເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຍັງໃຊ້ສື່ສັງຄົມອອນລາຍ

ອົສຕຣາລີ ພົບເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຍັງໃຊ້ສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ການສຶກສາທີ່ນຳພາໂດຍມະຫາວິທະຍາໄລ Newcastle ຂອງອົສຕຣາລີຊີ້ໃຫ້ເຫັນວ່າ, ຄຳສັ່ງຫ້າມເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໃຊ້ສື່ສັງຄົມອອນລາຍຂອງອົສຕຣາລີ ຊຶ່ງຖືເປັນສະບັບທຳອິດຂອງໂລກ ມີຜົນກະທົບໜ້ອຍຕໍ່ການໃຊ້ງານຂອງບັນດາໄວໜຸ່ມໃນໄລຍະເລີ່ມຕົ້ນ. ໂດຍນັກຄົ້ນຄວ້າພົບວ່າໄວໜຸ່ມອາຍຸຕໍ່າກວ່າ 16 ປີ ຫຼາຍກວ່າ 85% ຍັງສືບຕໍ່ໃຊ້ແພັລດຟອມຜ່ານບັນຊີຂອງຕົນເອງ, ບັນຊີສຳຮອງ ແລະ ບັນຊີຮ່ວມກັບຄົນອື່ນ.
ຫວຽດ​ນາມ - ສິງ​ກະ​ໂປ ຊຸກຍູ້ການຮ່ວມ​ມື​​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນອາຊຽນ

ຫວຽດ​ນາມ - ສິງ​ກະ​ໂປ ຊຸກຍູ້ການຮ່ວມ​ມື​​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາປະ​ກອບ​ທຸ​ລະ​ກິດ Halal 2026 ​ຫົວ​ຂໍ້ “ສິງ​ກະ​ໂປ, ຫວຽດ​ນາມ ພ້ອມ​ກັນ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ” ໄດ້ຈັດຂຶ້ນຫວ່າງມໍ່ມານີ້ໃນສິງ​ກະ​ໂປ. ໂດຍ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ປະ​ສານ​ສົມ​ທົບ​ກັບ​ທະ​ນາ​ຄານ Maybank ແລະ ອົງ​ການ Dawn Horizon ຈັດ​ຂຶ້ນ, ມີ​ຜູ້​ຕາງ​ໜ້າ​ອົງ​ການ​ຄຸ້ມ​ຄອງ, ອົງ​ການ​ຢັ້ງ​ຢືນ, ອົງ​ການ​ການ​ເງິນ ແລະ ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ​​ຈຳ​ນວນຫຼາຍ ເຂົ້າຮ່ວມ.
ເພີ່ມເຕີມ