ອາເມຣິກາ ພວມປະສົບກັບຄື້ນຄວາມຮ້ອນຮຸນແຮງ

ອາເມຣິກາ ພວມປະສົບກັບຄື້ນຄວາມຮ້ອນຮຸນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ສະຫະລັດ ອາເມຣິກາ ກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ຮຸນແຮງຄ້າຍຄືກັບຫຼາຍປະເທດໃນເອີຣົບ. ໂດຍຫຼາຍລັດໄດ້ປະກາດມາດຕະການຮັບມື ຫຼັງຈາກອຸນຫະພູມ ແລະ ຄ່າດັດຊະນີຄວາມຮ້ອນໄດ້ເພີ່ມຂຶ້ນສູງກ່ອນວັນຊາດ ສະຫະລັດ ອາເມຣິກາ ໃນວັນທີ 4 ກໍລະກົດ.
ພະຍາດອີໂບລາ ໄດ້ແຜ່ລາມໄປສູ່ເຂດສຸຂະພາບແຫ່ງໃໝ່

ພະຍາດອີໂບລາ ໄດ້ແຜ່ລາມໄປສູ່ເຂດສຸຂະພາບແຫ່ງໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກອງໂກ ຫຼືDR Congo ໄດ້ລາຍງານວ່າ, ພະຍາດອີໂບລາໄດ້ແຜ່ລາມໄປສູ່ເຂດສຸຂະພາບມັນດີມາ ໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ ຫຼັງຈາກກວດພົບຜູ້ຕິດເຊື້ອທີ່ຢືນຢັນແລ້ວໃນວັນທີ 26 ມິຖຸນາ ຜ່ານມາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​​ໃນ​ພິ​ທີໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​​ໃນ​ພິ​ທີໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກໍ​ລະ​ກົດ ນີ້, ພິ​ທີໂຮມ​ຊຸມ​ນຸມສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ຄົບ​ຮອບ 105 ປີໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ກ່າວ​ຄຳ​ປາ​ໄສ​​ສຳ​ຄັນ.
ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາໄດ້ເພີ່ມຂຶ້ນເປັນ 1,943 ຄົນ, ແຕ່ທີມກູ້ໄພຍັງສືບຕໍ່ຊອກຫາຜູ້ລອດຊີວິດ.
ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ (TKV) ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ລັດ​ວິ​ສາ​ຫະ​ກິດ​ມີ​ບົດ​ບາດ​ແກ່ນ​ສານ​ໃນ​ຂົງ​ເຂດ​ຖ່ານ​ຫີນ ແລະ ແຮ່​ທາດ; ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ ແລະ ລື່ນ​​ຄາດ​ໝາຍ​ຜະ​ລິດດໍາເນີນ​ທຸ​ລະ​ກິດ​ໃນປີ 2026 ແລະ ແຜນ​ການ​ໄລ​ຍະ 2026 – 2030.
ເພີ່ມເຕີມ