ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ຊຶ່ງນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບຊຶ່ງຈັດຂຶ້ນທີ່ ນະຄອນດາໜັງ.
ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ໃນວັນທີ 27ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ສປປ ລາວ ໄດ້ພົບປະກັບກະຊວງວັດທະນາທຳ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ, ຝ່າຍລາວນຳໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ເລຮາຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມຄະນະ.
ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ), ໃນລະຫວ່າງວັນທີ 22-29 ຕຸລາ 2025, ນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໃນວັນທີ 27 ຕຸລາ ນີ້, ຄະນຜູ້ແທນດັ່ງກ່າວໄດ້ຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ (VTV), ໂດຍມີ ສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມຄະນະໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍ ຫຍໍ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບວ່າ: ໂທລະພາບຫວຽດນາມໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຫວຽດນາມ ແລະ ເຮັດ ທຸລະກິດຫຼາຍຜະລິດຕະພັນເພື່ອເປັນການສ້າງແຫຼ່ງລາຍ ຮັບໃນການກຸ້ມຕົນເອງ ແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ, ປັດຈຸບັນມີພະນັກງານ 3,500 ຄົນ, ມີ 3 ສາຂາຄື: ດານັງ, ໂຮ່ຈິມິນ ແລະ ເກີນເທີ, ໃນນັ້ນ, ແຜນການແມ່ນຈະນໍາໃຊ້ລະບົບ AI ເຂົ້າໃນວຽກ ງານຂອງໂທລະພາບຫວຽດນາມ, ທ່ານຮອງຜູ້ອຳນວຍການຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມ ມື ສອງຝ່າຍລະຫວ່າງໂທລະພາບຫວຽດນາມ ແລະ ໂທ ລະພາບແຫ່ງຊາດລາວ, ລວມທັງໂທລະພາບທ້ອງຖິ່ນ ຂອງລາວ, ປັດຈຸບັນແມ່ນກຳລັງວາງສີລາລືກສ້າງຕັ້ງ ໂທລະພາບແຂວງຫົວພັນອີກດ້ວຍ.
ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 26 ຕຸລານີ້ ທີ່ຫ້ອງວ່າການແຂວງວຽງຈັນ, ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະຫມັກຫວຽດນາມ-ລາວ ຂອງແຂວງຟູ້ເທາະ, ລາວກາຍ ແລະ ຮາຍຟອງ ສສ ຫວຽດນາມ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະຜູ້ແທນອະດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ ແຂວງຟູ້ເທາະ, ແຂວງລາວກາຍ, ແຂວງຮາຍຟອງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.
ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ກ່ຽວກັບ ລະຫັດລັບຄວາມປະສົບຜົນສຳເລັດໃນການບໍລິຫານປະເທດຂອງຈີນ, ການປະກອບສ່ວນສໍາຄັນ ຂອງຈີນຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ, ໝາກຜົນອັນອຸດົມສົມບູນຂອງການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ລາວ.
ເພີ່ມເຕີມ