ໃນວັນທີ 9 ກໍລະກົດ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ໃນວັນທີ 9 ກໍລະກົດນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະນໍາກະຊວງ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1), ເປັນກຽດປະດັບຫຼຽນ ໂດຍ ທ່ານ ໂຄອິຊຶມີ ຊິໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫຼຽນກຽດຕິຍົດອັນສູງສົ່ງ ຊຶ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ຜ່ານມານີ້ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ, ແຂກຖືກເຊີນ ພ້ອມດ້ວຍ ຄອບຄົວຂອງ ທ່ານ ສອນໄຊ ສີພັນດອນ.