ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11
ວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີ ທ່ານ ສອນທະນູ ທຳມະວົງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມ.