ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ. ສອງ​ປະ​ເທດ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມໂດຍ​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ: ຈະ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ​​ທີ່​ເຂັ້ມ​ແຂງ​ໜຽວ​ແໜ້ນໃນ​ທຸກ​ສະ​ພາບ​ການ​ຂອງ​ຍຸກ​ໃໝ່. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ນານ, ສອງ​ປະ​ເທດ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານບົນ​ພື້ນ​ຖານ​ສະ​ພາບ​ແຫ່ງ​ຊາດ​ຂອງ​ກັນ​ ແລະ​ ກັນ ຊຶ່ງໄດ້​ເປັນ​ແບບ​ຢ່າງ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້​ຮ່ວມ​ກັນ​ພັດ​ທະ​ນາ ແລະ ຄົ້ນ​ຫາ​ເສັ້ນ​ທາງ​ສູ່ຄວາມ​ທັນ​ສະ​ໄໝ.
ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 10 ມິຖຸນາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ທະກະອິຈິ ຊະນາເອະ (Ms. TAKAICHI Sanae) ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກ ຮ່ວມກັນເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງຈັດຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ​ ໂດຍໄດ້ໄປຢ້ຽມຢາມ​ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງ​ຈຳ​ປາ​ສັກ ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ,​ ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາທ່ານການນໍາພັກ​ - ລັດ​ ຈາກສູນກາງ,​ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.​
ເລຂາທິການໃຫຍ່​ ພົບປະ​ໂອ້ລົມ​ພະນັກງານ​ຫຼັກແຫຼ່ງ ແຂວງຈໍາປາສັກ

ເລຂາທິການໃຫຍ່​ ພົບປະ​ໂອ້ລົມ​ພະນັກງານ​ຫຼັກແຫຼ່ງ ແຂວງຈໍາປາສັກ

ສະຫາຍ​ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່​ ຄະນະບໍລິຫານງານສູນກາງພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວ ວຽກ​ງານຢູ່ແຂວງຈໍາປາສັກ​ ແລະ​ ໄດ້ພົບປະໂອ້ລົມ​ພະນັກງານ​ຫຼັກແຫຼ່ງແຂວງຈໍາປາສັກໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ ​ທີ່ ຫ້ອງປະຊຸມໃຫຍ່ສະໂມສອນແຂວງ​ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາສະຫາຍການນໍາພັກ​ - ລັດ​ ຈາກສູນກາງ,​ ບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ,​ ຄະນະ​ກຳມະ​ການປົກຄອງ​ແຂວງ,​ ກໍາມະການພັກແຂວງ,​ ເລຂາຄະນະ​ບໍລິຫານ​ງານພັກ​ເມືອງ,​ ຄະນະກໍາມະການປົກຄອງເມືອງ ແລະ​ ຂະແໜງການ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.​​
ຄໍາປາໄສ ຂອງ ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປປລາວພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແລະ ນັກສຶກສາຫວຽດນາມແລະລາວທີ່ກະຊວງປ້ອງກັນປະເທດຫວຽດນາມ(ວັນທີ11 ກັນຍາ 2024 ທີ່ຮ່າໂນ້ຍ)

ຄໍາປາໄສ ຂອງ ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປປລາວພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແລະ ນັກສຶກສາຫວຽດນາມແລະລາວທີ່ກະຊວງປ້ອງກັນປະເທດຫວຽດນາມ(ວັນທີ11 ກັນຍາ 2024 ທີ່ຮ່າໂນ້ຍ)

ເພີ່ມເຕີມ