ລັດຖະບານຕ້ອງສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ໃນຂະນະດຽວກັນຕ້ອງເຊື່ອມສານເຂົ້າໃນຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ