ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກອງໂກ ຫຼືDR Congo ໄດ້ລາຍງານວ່າ, ພະຍາດອີໂບລາໄດ້ແຜ່ລາມໄປສູ່ເຂດສຸຂະພາບມັນດີມາ ໃນແຂວງອິຕູຣີ ທາງພາກຕາເວັນອອກຂອງປະເທດ ຫຼັງຈາກກວດພົບຜູ້ຕິດເຊື້ອທີ່ຢືນຢັນແລ້ວໃນວັນທີ 26 ມິຖຸນາ ຜ່ານມາ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 1 ກໍລະກົດ ນີ້, ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສສຳຄັນ.
ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາໄດ້ເພີ່ມຂຶ້ນເປັນ 1,943 ຄົນ, ແຕ່ທີມກູ້ໄພຍັງສືບຕໍ່ຊອກຫາຜູ້ລອດຊີວິດ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຮຽກຮ້ອງໃຫ້ ກຸ່ມບໍລິສັດອຸດສາຫະກຳ ຖ່ານຫີນ - ແຮ່ທາດ ຫວຽດນາມ (TKV) ສືບຕໍ່ເສີມຂະຫຍາຍບົດບາດເປັນລັດວິສາຫະກິດມີບົດບາດແກ່ນສານໃນຂົງເຂດຖ່ານຫີນ ແລະ ແຮ່ທາດ; ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການຢ່າງຄົບຊຸດ ແນໃສ່ປະຕິບັດສຳເລັດ ແລະ ລື່ນຄາດໝາຍຜະລິດດໍາເນີນທຸລະກິດໃນປີ 2026 ແລະ ແຜນການໄລຍະ 2026 – 2030.