ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ນູແວນເຊລັງ ວາງແຜນເກັບຄ່າທຳນຽມສະຖານທີ່ທ່ອງທ່ຽວທີ່ນິຍົມ

ຂ່າວຕ່າງປະເທດລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ນູແວນເຊລັງ (ນິວຊີແລນ) ກຽມເກັບຄ່າທຳນຽມຈາກນັກທ່ອງທ່ຽວຕ່າງປະເທດສູງເຖິງ 40 ໂດລານິວຊີແລນ (24 ໂດລາ) ສຳລັບການເຂົ້າຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊັ່ນ: Milford Track ແລະ Mount Cook ເພື່ອສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຂອງປະເທດ.
ຄອງຊູແອັດ ສ້າງລາຍຮັບໄດ້ 153 ຕື້ໂດລາ

ຄອງຊູແອັດ ສ້າງລາຍຮັບໄດ້ 153 ຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍເດືອນກໍລະກົດ ຜ່ານມາ, ທ່ານ​ໂອ​ຊາ​ມາ ຣາບີ ປະທານ​ອົງການ​ຄອງ​ຊູແອັດ ຂອງ​ເອຢິບ​ ໄດ້​ເປີດ​ເຜີຍ​ວ່າ, ຄອງຊູແອັດ ​​ສ້າງ​ລາຍ​ຮັບ​ໄດ້ 153 ຕື້​ໂດ​ລາ​ ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຂົນສົ່ງຂອງ​ເຮືອ​ປະມານ 1.1 ລ້ານ​ລຳ​ ນັບ​ຕັ້ງແຕ່​ຄອງຊູແອັດເປັນຂອງຊາດ ​ໃນ​ປີ 1956 ຈົນເຖິງປັດຈຸບັນ.
ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ເສດຖະກິດດີຈີຕອນມາເລເຊຍ ມີທ່າກ້າວເຕີບໂຕຢ່າງວ່ອງໄວ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກະຊວງ​​ດີ​ຈີ​ຕອນ ມາເລເຊຍ ປະກາດວ່າ, ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ມາ​ເລ​ເຊຍ​ມີ​ທ່າ​ອ່ຽງ​ເຕີບ​ໂຕ, ​ໂດຍ​ໄດ້​ຮັບຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ຈາກ​ນັກ​ລົງທຶນ​ຈີນ​ພາຍຫຼັງ​ການ​ຢ້ຽມຢາມ​ຂັ້ນສູງທີ່ປະສົບຜົນສຳເລັດ​​ຫວ່າງບໍ່ດົນມານີ້.
ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ການສົ່ງອອກ - ນຳເຂົ້າສິນຄ້າ ຂອງຫວຽດນາມ ເພີ່ມຂຶ້ນກວ່າ 16%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກສະຖິຕິໃນເບື້ອງຕົ້ນຂອງກົມພາສີ ກະຊວງການເງິນ ຫວຽດນາມ, ຍອດມູນຄ່າການສົ່ງອອກ - ນໍາເຂົ້າສິນຄ້າ ຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນກໍລະກົດ 2025 (ແຕ່ວັນທີ 1 – 15 ກໍລະກົດ), ບັນລຸ 38.21 ຕື້ກວ່າໂດລາ. ໝາກຜົນດັ່ງກ່າວໄດ້ຍົກຍອດມູນຄ່າສົ່ງອອກ - ນໍາເຂົ້າຂອງ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ກໍລະກົດ ບັນລຸ 470.63 ຕື້ໂດລາ, ເພີ່ມຂຶ້ນ 16.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸ 329 ຕື້ກວ່າໂດລາ.
ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ  ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

ປົກ​ປັກ​ຮັກ​ສາ​ ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ປະ​ມານ 300 ກິ​ໂລ​ແມັດ ​ມີ​ເມືອງ​ບູ​ຮານ​ແຫ່ງ​ໜຶ່ງ​ຄືເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍຈີນ.

​ ເມືອງ​ບູ​ຮານ​ທີ່​ມີປະ​ຫວັດ​ຄວາມ​ເປັນ​ມາ 1,600 ກວ່າ​ປີ​ໄດ້​ຈົ່ງ​ກຸ່ມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ທີ່​ສືບ​ທອດ​ມາເປັນ​ 9 ລາ​ຊະ​ວົງ​ ໄວ້ຢ່າງ​ລຽນຕິດ​ກັນ​ແບບ​ບໍ່​ຄ່ອຍ​ເຫັນ​ໃນ​ປະ​ຫວັດ​ສາດ​ນັ້ນ​ໃຫ້​ແກ່​ເຈີ້ງ​ຕິ້ງ. ປັດ​ຈຸ​ບັນ, ເມືອງ​ເຈີ້ງ​ຕິ້ງ ​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ນັບ​ຕັ້ງ​ແຕ່​ສະ​ໄໝ​ລາ​ຊະ​ວົງ​ສຸຍ ​ແລະ ​ລາ​ຊະ​ວົງ​ຖັງ 38 ແຫ່ງ, ມີ​ຫົວ​ໜ່ວຍ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ສຳ​ຄັນ​ລະ​ດັບ​ຊາດ​ເຖິງ 10 ແຫ່ງ. ຊຸມ​ປີ​ຜ່ານ​ມາ​ນີ້, ເມືອງ​ບູ​ຮານ​ທີ່​ມີ​ຄວາມ​ຊົງ​ຈຳ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.
ເພີ່ມເຕີມ