ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍເດືອນກໍລະກົດ ຜ່ານມາ, ທ່ານໂອຊາມາ ຣາບີ ປະທານອົງການຄອງຊູແອັດ ຂອງເອຢິບ ໄດ້ເປີດເຜີຍວ່າ, ຄອງຊູແອັດ ສ້າງລາຍຮັບໄດ້ 153 ຕື້ໂດລາ ແລະອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຂອງເຮືອປະມານ 1.1 ລ້ານລຳ ນັບຕັ້ງແຕ່ຄອງຊູແອັດເປັນຂອງຊາດ ໃນປີ 1956 ຈົນເຖິງປັດຈຸບັນ.
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກະຊວງດີຈີຕອນ ມາເລເຊຍ ປະກາດວ່າ, ເສດຖະກິດດີຈີຕອນຂອງມາເລເຊຍມີທ່າອ່ຽງເຕີບໂຕ, ໂດຍໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກນັກລົງທຶນຈີນພາຍຫຼັງການຢ້ຽມຢາມຂັ້ນສູງທີ່ປະສົບຜົນສຳເລັດຫວ່າງບໍ່ດົນມານີ້.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕເລກສະຖິຕິໃນເບື້ອງຕົ້ນຂອງກົມພາສີ ກະຊວງການເງິນ ຫວຽດນາມ, ຍອດມູນຄ່າການສົ່ງອອກ - ນໍາເຂົ້າສິນຄ້າ ຂອງ ຫວຽດນາມ ໃນໄຕມາດທີ 1 ເດືອນກໍລະກົດ 2025 (ແຕ່ວັນທີ 1 – 15 ກໍລະກົດ), ບັນລຸ 38.21 ຕື້ກວ່າໂດລາ. ໝາກຜົນດັ່ງກ່າວໄດ້ຍົກຍອດມູນຄ່າສົ່ງອອກ - ນໍາເຂົ້າຂອງ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ກໍລະກົດ ບັນລຸ 470.63 ຕື້ໂດລາ, ເພີ່ມຂຶ້ນ 16.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າສົ່ງອອກຂອງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸ 329 ຕື້ກວ່າໂດລາ.
ເມືອງບູຮານທີ່ມີປະຫວັດຄວາມເປັນມາ 1,600 ກວ່າປີໄດ້ຈົ່ງກຸ່ມສະຖາປັດຕະຍະກຳບູຮານທີ່ສືບທອດມາເປັນ 9 ລາຊະວົງ ໄວ້ຢ່າງລຽນຕິດກັນແບບບໍ່ຄ່ອຍເຫັນໃນປະຫວັດສາດນັ້ນໃຫ້ແກ່ເຈີ້ງຕິ້ງ. ປັດຈຸບັນ, ເມືອງເຈີ້ງຕິ້ງ ມີສະຖາປັດຕະຍະກຳບູຮານນັບຕັ້ງແຕ່ສະໄໝລາຊະວົງສຸຍ ແລະ ລາຊະວົງຖັງ 38 ແຫ່ງ, ມີຫົວໜ່ວຍອະນຸລັກວັດຖຸບູຮານສຳຄັນລະດັບຊາດເຖິງ 10 ແຫ່ງ. ຊຸມປີຜ່ານມານີ້, ເມືອງບູຮານທີ່ມີຄວາມຊົງຈຳແຫ່ງນີ້ໄດ້ດຶງດູດນັກທ່ອງທ່ຽວໄປທ່ຽວຊົມເປັນຈຳນວນຫຼວງຫຼາຍ.