ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.