ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 18 ມີນາ ນີ້ ທີ່ສະພາແຫ່ງຊາດວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຍິ່ງ ເພາະເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດບົດບາດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ,ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ລະອຽດດັ່ງນີ້:
ໃນວັນທີ 18 ມີນານີ້ ທີ່ຫ້ອງວ່າການເມືອງມຸນລະປາໂມກ ແຂວງຈໍາປາສັກ, ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ ຄັ້ງທີ 3 ສະໄໝທີ IX, ພາຍໃຕ້ການເປັນປະທານຂອງສະຫາຍ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂອງເມືອງ.
ໃນຕອນແລງ ວັນທີ 18 ມີນານີ້ ທີ່ສວນອານຸສອນສະຖານປະທານສຸພານຸວົງ ແຂວງຄໍາມ່ວນ ໄດ້ຈັດພິທີເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ເພື່ອລະນຶກເຖິງວັນປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ (21 ມີນາ 1946 - 21 ມີນາ 2026) ຄົບຮອບ 80 ປີ ແລະ ສະເຫຼີມສະຫຼອງ ອຸທິຍານແຫ່ງຊາດ ພູຫີນໜາມໜໍ່ ທີ່ໄດ້ຮັບຮອງເຂົ້າເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບ ອຸທິຍານຟອງຍາ-ແກບາງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມໃນງານໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ພ້ອມຄະນະນຳແຂວງ, ອະດີດການນໍາ, ແຂກຖືກເຊີນ, ຈາກສູນກາງ, ບໍລິສັດ, ຫ້າງຮ້ານຂອງລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ເຂົ້າຮ່ວມ.
ພັກ-ລັດຖະບານ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ແລະ ທ້ອງຖິ່ນ ຍາມໃດກໍຖືສໍາຄັນວຽກງານຄຸ້ມຄອງໄພພິບັດຢູ່ ສປປ ລາວ ໂດຍສະເພາະໃນປີ 2026 ຈະສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານດັ່ງກ່າວໄດ້ຢ່າງມີປະສິດທິຜົນ.