ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ຕຸລາ ຜ່ານມາ, ຢູ່ສຳນັກງານສູນກາງພັກທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ປິດກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ພາຍຫຼັງດຳເນີນເປັນເວລາ 4 ວັນ (ວັນທີ 5-8 ຕຸລາ). ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ໄດ້ກ່າວຄຳເຫັນເນັ້ນນັກຫຼາຍບັນຫາສຳຄັນທີ່ສູນກາງໄດ້ຮັບຮອງເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ໄດ້ຫັນເປັນລະອຽດບາດກ້າວສຳຄັນ ມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ຕິດພັນກັບການກໍ່ສ້າງພັກ ການບໍລິຫານແຫ່ງຊາດ ແລະ ພັດທະນາປະເທດຊາດ. ບັນດານະໂຍບາຍເພື່ອແນໃສ່ຍົກສູງຄວາມສາມາດນຳພາ, ປະຕິບັດ, ເຕົ້າໂຮມກຳລັງທົ່ວບວງຊົນທັງຊາດ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 6 ຕຸລາ ຜ່ານມາ, ທະນາຄານໂລກໄດ້ປະກາດບົດລາຍງານວ່າດ້ວຍການຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ສະບັບປັບປຸງໃໝ່, ໂດຍໄດ້ປັບການຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດພາກພື້ນດັ່ງກ່າວຂຶ້ນເປັນ 4.5%, ເພີ່ມຂຶ້ນ 0.3% ເມື່ອທຽບໃສ່ການຄາດຄະເນທີ່ປະກາດໃນເດືອນເມສາ ຜ່ານມາ.
ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.