ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ເພີ່ມເຕີມ