ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2024-2025 ແລະ ແຜນຈັດຕັ້ງປະຕິບັດສົກຮຽນ 2025-2026 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18-19 ສິງຫາຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດຄັ້ງໃໝ່ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສຶຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ບົດເລື່ອງທຳອິດມີຊື່ວ່າ: "ສອງເສັ້ນທາງ", ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວິດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ການຮຽນ.
ກອງປະຊຸມສໍາມະນາສາກົນຄັ້ງນີ້ເປັນເຈົ້າພາບຮ່ວມຈັດໂດຍ ມະຫາວິທະຍາໄລກວາງຊີ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຊານຕົງ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະມາຄົມປັດຊະຍາຫວຽດນາມ ຊຶ່ງຈັດໂດຍຄະນະລັດທິມາກ ມະຫາວິທະຍາໄລກວາງຊີ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າສັງຄົມນິຍົມຮ່ວມສະໄໝ ມະຫາວິທະຍາໄລຊານຕົງ ແລະ ຊ່ວຍຈັດໂດຍກົມບັນນາທິການ ວາລະສານ “ບັນຫາສັງຄົມນິຍົມສະໄໝປັດຈຸບັນ”, ກົມບັນນາທິການວາລະສານ “ການຄົ້ນຄວ້າທິດສະດີເໝົາເຈີຕົງ-ເຕັ້ງ ສ່ຽວຜິງ”, ກົມບັນນາທິການວາລະສານ “ການຄົ້ນຄວ້າປັດຊະຍາ” ຫວຽດນາມ, ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ບົດຮຽນການກໍາອໍານາດ ຂອງບັນດາພັກການເມືອງມາກຊິດ” ຄັ້ງທີ VI ໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ສະໂມສອນຂອງມະຫາວິທະຍາໄລແຫ່ງຊາດ.
ພິທີປິດຊຸດຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູ-ອາຈານ ສອນພາສາຍີ່ປຸ່ນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຝຶກອົບຮົມ ແລັບເດີລາຍ ນະຄອນຫຼວງວຽງຈັນ ໂດຍເປັນກຽດ ມອບໃບຢັ້ງຢືນຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ Murakami ຜູ້ຊ່ຽວຊານຈາກມູນນິທິຍີ່ປຸ່ນ, ມີອາສາສະໝັກຊ່ວຍສອນພາສາຍີ່ປຸ່ນ, ຄູ-ອາຈານສອນພາສາຍີ່ປຸ່ນຈາກໂຮງຮຽນພາກລັດ ແລະ ເອກະຊົນໃນນະຄອນຫຼວງວຽງຈັນ 30 ທ່ານ ເຂົ້າຮ່ວມ.