ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.