
ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025
ການແຂ່ງຂັນເຕະບານ ເຍົາວະຊົນ ຢູ12 ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຄັ້ງທີ 1 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໜາມກິລາເຕະບານ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທ່ານ ສົມມີໄຊ ສີສຸພັນທະວົງ ປະທານບໍລິສັດ ທີທີ ໂຮເທລ ຈຳກັດ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ອະດີດປະທານ ສຕ.ນວ ແລະ ທ່ານ ກອງແສງ ມິດທະສອນ ຜູ້ຈັດການຝ່າຍສາງສິນຄ້າບໍລິສັດ ມີດທີນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງຫຼວງຫຼາຍ.