ການແຂ່ງຂັນເຕະບານ ເຍົາວະຊົນ ຢູ12 ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຄັ້ງທີ 1 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໜາມກິລາເຕະບານ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທ່ານ ສົມມີໄຊ ສີສຸພັນທະວົງ ປະທານບໍລິສັດ ທີທີ ໂຮເທລ ຈຳກັດ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ອະດີດປະທານ ສຕ.ນວ ແລະ ທ່ານ ກອງແສງ ມິດທະສອນ ຜູ້ຈັດການຝ່າຍສາງສິນຄ້າບໍລິສັດ ມີດທີນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ນາງ ມະໄລລັກ ຫຼື ດິໄລຣາ ສາວລູກສອດ ລາວ-ສະວີເດັນ ຈັບຄູ່ກັບ ທ້າວ ແມັກຊີມັສ ນັກກິລາເທັນນິດຊາວສິງກະໂປ ໃນຮຸ່ນເຍົາວະຊົນ ສາມາດເອົາຊະນະ ຄຣີສ ຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ໄດ້ແຊັມການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025ໄດ້ຮັບຂັນລາງວັນ ພ້ອມເງິນລາງວັນ 30 ລ້ານກີບ ແລະ ທີ 2 ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 10 ລ້ານກີບ.
ການແຂ່ງຂັນເຕະບານ ເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ສຕ ນວ) ຄັ້ງທີ 1 ປະຈຳປີ 2025 ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2025) ໃຫ້ເປັນຂະບວນການຄືກຄື້ນ. ດັ່ງນັ້ນໃນວັນທີ 4 ມີຖຸນາ ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ກົດລະບຽບກະຕິກາກຽມຈັດການແຂ່ງຂັນທີ່ຫ້ອງການຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິວັນ ເຊີນວິໄລ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສົງ ອິນທິຈັກ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກແຕ່ສະໂມສອນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ພິທີເປີດການສອບເສັງຈົບຊັ້ນສາຍສາມັນສຶກສາ (ມ4, ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນ ຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 6 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ມີຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.