ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ກົມສ່ວຍສາອາກອນຂອງອິນໂດເນເຊຍໄດ້ປະກາດວ່າອິນໂດເນເຊຍຈະເລີ່ມຈັດຕັ້ງປະຕິບັດກົນໄກໃໝ່ສຳລັບການຫັກ ແລະ ໂອນພາສີລາຍໄດ້ມາດຕາ 22 ສຳລັບຜູ້ຄ້າຂາຍໃນແພລັດຟອນອອນລາຍ ເລີ່ມແຕ່ວັນທີ 1 ກໍລະກົດ ນີ້ເປັນຕົ້ນໄປ. ໂດຍກຳນົດແພລັດຟອມອີຄອມເມີຊເປັນຜູ້ຫັກ ແລະ ໂອນພາສີໃນນາມຂອງຜູ້ຄ້າ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຕາມບົດລາຍງານຊັບສິນທົ່ວໂລກປີ 2026 ໂດຍທະນາຄານ UBS ຂອງ ສະວິດ ທີ່ປະກາດໃນວັນທີ 30 ມິຖຸນາ ຜ່ານມາ, ມີເກືອບ 1 ລ້ານຄົນ ໄດ້ເຂົ້າຮ່ວມກຸ່ມເສດຖີ USD ໃນປີ 2025, ເທົ່າກັບປະມານ 2.600 ຄົນຕໍ່ວັນ ຊຶ່ງເປັນລະດັບເພີ່ມຂຶ້ນສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ງານວາງສະແດງ “ນຳພາຂະບວນການໃໝ່: ບົດນິພົນແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່” ໂດຍການເປັນເຈົ້າພາບຂອງສະຖາບັນຄົ້ນຄວ້າປະຫວັດສາດພັກ ແລະ ບົດນິພົນພັກຂອງສູນກາງພັກກອມມູນິດຈີນ ໄດ້ເປີດຂຶ້ນເມື່ອມໍ່ໆມານີ້ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ກໍລະກົດ ຜ່ານມາ, ນະຄອນໂຮ່ຈິມິນ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ 8 ກິດຈະກຳ, ໂຄງການຈຸດສຸມ ແນໃສ່ສະເຫຼີມສະຫຼອງ 50 ປີ ແຫ່ງວັນນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ (2/7/1976 – 2/7/2026).