ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງ ການ GX Foundation ຢືນຢັນເຖິງປະສິດທິພາບຂອງ “ການແກ້ໄຂຕາມ ແນວທາງຂອງ ສປ ຈີນ” ໃນການນຳໃຊ້ມາດຕະການຄວບຄຸມພາຫະນຳພະຍາດທາງກາຍຍະພາບ ເພື່ອປ້ອງກັນພະຍາດໄຂ້ເລືອດອອກທີ່ກຳລັງເປັນໄພຄຸກຄາມທົ່ວໂລກ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ມີນາ ຜ່ານມາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ ນາບິລ ຟາມີ ອະດີດລັດຖະມົນຕີກະຊວງການຕ່າງປະເທດເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ການສະເໜີທ່ານ ນາບິລ ຟາມີ ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ ອາເໝັດ ອາບລູ ເກດ, ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາໃນວາລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165.
ຂ່າວຕ່າງປະເທດລາຍງານວ່າ: ຜົນການສຶກສາທີ່ນຳພາໂດຍມະຫາວິທະຍາໄລຊິດນີຂອງອົສຕຣາລີ ແລະ ເຜີຍແຜ່ຜ່ານເວັບໄຊສູນວິທະຍາສາດສື່ມວນຊົນອົສຕຣາລີ ໃນວັນທີ 30 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ໂຣກຕຸ້ຍ ແລະ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມຄວາມສ່ຽງຂອງການເປັນມະເຮັງເຕົ້ານົມໃນແມ່ຍິງຢ່າງຫຼວງຫຼາຍເມື່ອມີອາຍຸຫຼາຍຂຶ້ນ.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການການບິນພົນລະເຮືອນສາກົນ (ICAO) ໄດ້ປະກາດກົດລະບຽບໃໝ່ກ່ຽວກັບອຸປະກອນແບັດເຕີຣີສຳຮອງແບບພົກພາ ຫຼື power bankທີ່ໃຊ້ແບັດເຕີຣີ lithium ຊຶ່ງຈໍາກັດໃຫ້ຜູ້ໂດຍສານຖ້ຽວບິນແຕ່ລະຄົນສາມາດພົກພາ power bankໄດ້ສູງສຸດ 2 ອັນ ແລະ ຫ້າມນຳໃຊ້ໃນລະຫວ່າງການບິນ. ໂດຍມີຜົນບັງຄັບໃຊ້ທັນທີ.