ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ໃນທ້າຍອາທິດຜ່ານມານີ້, ທ່ານ ອານີໄສ ສຸຂະວົງ ຕ່າງໜ້າຄອບຄົວທ່ານ ນາງ ສົມວິໄລວົງ ສຸຂະວົງ, ຄອບຄົວຂອງ ທ່ານ ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ນໍາເອົາງົວຈໍານວນ 100 ໂຕ ມີງົວພໍ່ພັນ 10 ໂຕ, ງົວແມ່ພັນ 90 ໂຕ. ໃນນີ້, ມີງົວແມ່ພັນທີ່ມີລູກໃນທ້ອງ 50 ໂຕ ລວມມູນຄ່າ 1 ຕື້ 800 ລ້ານກີບ ມອບໃຫ້ປະຊາຊົນຜູ້ທີ່ຢູ່ຫ່າງໄກຊອກຫຼິກ ຢູ່ກຸ່ມບ້ານຊຽງແຂງ ເມືອງສິງ ແຂວງຫຼວງນໍ້າທາ.