ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ
ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM). ກອງປະຊຸມສືບຕໍ່ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ). ກອງປະຊຸມໄດ້ລົງເລິກຫົວຂໍ້ສໍາຄັນໂດຍສະເພາະແມ່ນຫຼັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາຂອງບັນດາລັດພາຄີ, ມາດຕະການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆທີ່ສະໜັບສະໜູນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM).