ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ທ່ານ ຟາຕິ ບີໂຣລ ຜູ້ອຳນວຍການໃຫຍ່ອົງການພະລັງງານສາກົນກ່າວວ່າ: ສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານ ພວມເຮັດໃຫ້ທົ່ວໂລກຜະເຊີນກັບວິກິດພະລັງງານທີ່ໜັກໜ່ວງ ທີ່ສຸດໃນປະຫວັດສາດ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜູ້ບໍລິຫານທຸລະກິດໃນອັງກິດຄາດວ່າປັນຍາປະດິດ (AI) ຈະສົ່ງຜົນກະທົບຕໍ່ການຈ້າງງານໂດຍລວມຫຼຸດລົງໃນທົດສະວັດຕໍ່ໄປ, ໂດຍສະເພາະຕຳແໜ່ງງານລະດັບເລີ່ມຕົ້ນມີທ່າອ່ຽງທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານການສຳຫຼວດເສດຖະກິດ ແລະ ສັງຄົມ ຂອງອາຊີ-ປາຊີຟິກ ປະຈຳປີ 2026 ໂດຍລະບຸວ່າ, ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນຕາເວັນອອກກາງ ກຳລັງເພີ່ມຄວາມກົດດັນຄັ້ງໃໝ່ຕໍ່ທ່າອ່ຽງເສດຖະກິດຂອງອາຊີ-ປາຊີຟິກ, ໂດຍສົ່ງຜົນກະທົບຕໍ່ຕະຫຼາດພະລັງງານ ແລະ ສິນຄ້າ, ພ້ອມທັງເສັ້ນທາງການຄ້າ ແລະ ການເຊື່ອມຕໍ່, ໃນໄລຍະທີ່ເສດຖະກິດໂລກມີຄວາມບໍ່ແນ່ນອນສູງຢູ່ແລ້ວ.
ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜົນການສຳຫຼວດຫຼ້າສຸດຂອງສະຖາບັນສົ່ງເສີມເສດຖະກິດ ແລະ ສັງຄົມດີຈີຕອນ ຂອງຍີ່ປຸ່ນ (JIPDEC) ຊີ້ໃຫ້ເຫັນວ່າ, ມີບໍລິສັດຍີ່ປຸ່ນຢ່າງໜ້ອຍ 222 ແຫ່ງ ທີ່ຍອມຈ່າຍເງິນຄ່າໄຖ່ໃຫ້ກັບແຮກເກີ ທີ່ໃຊ້ Ransomware (ຊັອຟແວຮຽກຮ້ອງຄ່າໄຖ່), ແຕ່ປະມານ 60% ຂອງບໍລິສັດເຫຼົ່ານັ້ນຍັງບໍ່ສາມາດກູ້ຄືນຂໍ້ມູນຂອງເຂົາເຈົ້າໄດ້.