ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຈີນ​ ເລັ່ງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ ​ເພື່ອ​ສ້າງ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສ້າງ​ຄວາມ​​ສຸກ​ໃຫ້ແກ່ປະ​ຊາ​ຊົນ

ຂ່າວສານຊີອາໄອລາຍງານວ່າ: ອີງ​ຕາມ​ບົດ​ລາຍ​ງານ​ສະ​ຖິ​ຕິ​ສະ​ພາບ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຈີນ​ສະ​ບັບ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ເດືອນ​ທັນ​ວາ​ປີ 2025, ຈີນ​ມີ​ຜູ້​ຊົມ​ໃຊ້​ອິນ​ເຕີ​ເນັດຈຳ​ນວນ 1 ຕື້ 125​ ລ້ານ​ຄົນ, ອັດ​​ຕາ​ການ​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 80.1%, ໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ​ດີ​ຈີ​ຕອນ​ໄດ້​ເຂົ້າ​ເຖິງ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ.
ສົງຄາມລະຫວ່າງ ອາເມ​ຣິກາ-ອິສຣາແອນ ​ກັບ ອີຣານ ເຮັດໃຫ້ເກີດວິກິດພະລັງງານ​ໜັກ​​ໜ່ວງທີ່ສຸດໃນປະຫວັດສາດ

ສົງຄາມລະຫວ່າງ ອາເມ​ຣິກາ-ອິສຣາແອນ ​ກັບ ອີຣານ ເຮັດໃຫ້ເກີດວິກິດພະລັງງານ​ໜັກ​​ໜ່ວງທີ່ສຸດໃນປະຫວັດສາດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ທ່ານ ຟາຕິ ບີໂຣລ ຜູ້ອຳນວຍການ​ໃຫຍ່ອົງການພະລັງງານສາກົນກ່າວວ່າ: ສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ​ກັບ ອີຣານ ພວມເຮັດໃຫ້​ທົ່ວໂລກ​ຜະເຊີນ​ກັບວິກິດພະລັງງານທີ່​ໜັກ​​ໜ່ວງ ທີ່ສຸດໃນປະຫວັດສາດ.
AI ຈະສົ່ງຜົນກະທົບຕໍ່ການຈ້າງງງານໃນອັງກິດ

AI ຈະສົ່ງຜົນກະທົບຕໍ່ການຈ້າງງງານໃນອັງກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜູ້ບໍລິຫານທຸລະກິດໃນອັງກິດຄາດວ່າປັນຍາປະດິດ (AI) ຈະສົ່ງຜົນກະທົບຕໍ່ການຈ້າງງານໂດຍລວມຫຼຸດລົງໃນທົດສະວັດຕໍ່ໄປ, ໂດຍສະເພາະຕຳແໜ່ງງານລະດັບເລີ່ມຕົ້ນມີທ່າອ່ຽງທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.
UN ເຕືອນ ເສດຖະກິດອາຊີ-ປາຊີຟິກ ມີຄວາມສ່ຽງຖືກກົດດັນຈາກວິກິດການຕາເວັນອອກກາງ

UN ເຕືອນ ເສດຖະກິດອາຊີ-ປາຊີຟິກ ມີຄວາມສ່ຽງຖືກກົດດັນຈາກວິກິດການຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານການສຳຫຼວດເສດຖະກິດ ແລະ ສັງຄົມ ຂອງອາຊີ-ປາຊີຟິກ ປະຈຳປີ 2026 ໂດຍລະບຸວ່າ, ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນຕາເວັນອອກກາງ ກຳລັງເພີ່ມຄວາມກົດດັນຄັ້ງໃໝ່ຕໍ່ທ່າອ່ຽງເສດຖະກິດຂອງອາຊີ-ປາຊີຟິກ, ໂດຍສົ່ງຜົນກະທົບຕໍ່ຕະຫຼາດພະລັງງານ ແລະ ສິນຄ້າ, ພ້ອມທັງເສັ້ນທາງການຄ້າ ແລະ ການເຊື່ອມຕໍ່, ໃນໄລຍະທີ່ເສດຖະກິດໂລກມີຄວາມບໍ່ແນ່ນອນສູງຢູ່ແລ້ວ.
ບໍລິສັດຍີ່ປຸ່ນ ຫຼາຍກວ່າ 200 ແຫ່ງຈ່າຍຄ່າໄຖ່ Ransomware ແຕ່ 60% ກູ້ຄືນຂໍ້ມູນບໍ່ໄດ້

ບໍລິສັດຍີ່ປຸ່ນ ຫຼາຍກວ່າ 200 ແຫ່ງຈ່າຍຄ່າໄຖ່ Ransomware ແຕ່ 60% ກູ້ຄືນຂໍ້ມູນບໍ່ໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜົນການສຳຫຼວດຫຼ້າສຸດຂອງສະຖາບັນສົ່ງເສີມເສດຖະກິດ ແລະ ສັງຄົມດີຈີຕອນ ຂອງຍີ່ປຸ່ນ (JIPDEC) ຊີ້ໃຫ້ເຫັນວ່າ, ມີບໍລິສັດຍີ່ປຸ່ນຢ່າງໜ້ອຍ 222 ແຫ່ງ ທີ່ຍອມຈ່າຍເງິນຄ່າໄຖ່ໃຫ້ກັບແຮກເກີ ທີ່ໃຊ້ Ransomware (ຊັອຟແວຮຽກຮ້ອງຄ່າໄຖ່), ແຕ່ປະມານ 60% ຂອງບໍລິສັດເຫຼົ່ານັ້ນຍັງບໍ່ສາມາດກູ້ຄືນຂໍ້ມູນຂອງເຂົາເຈົ້າໄດ້.
ເພີ່ມເຕີມ