ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ໃນ 9 ເດືອນຕົ້ນປີ 2026, ການສົ່ງອອກສິນໃນນ້ຳບັນລຸ 9 ຕື້ກວ່າໂດລາ, ເພີ່ມຂຶ້ນ 12.3%. ກຳລັງໜູນການເຕີບໂຕແມ່ນໝາກຜົນທີ່ຕັ້ງໜ້າຂອງການເຄື່ອນໄຫວປູກລ້ຽງ, ປຸງແຕ່ງ ແລະ ຄວາມຕ້ອງການຂອງຕະຫຼາດ. ດ້ວຍອັດຕາການເຕີບໂຕສູງ, ສິນໃນນ້ຳສືບຕໍ່ຮັກສາບົດບາດສຳຄັນໃນການເພີ່ມວົງເງິນ ແລະ ປັບປຸງດຸນການຄ້າຂອງຂົງເຂດກະສິກຳ.