ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ທ່ານ ປອ. ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຈໍາປາສັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຢູ່ແຂວງຈໍາປາສັກ
ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ປັດຈຸບັນເຄື່ອງຫັດຖະກຳລາວ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ທ່ານນາງ ຈັນທາ ຫຼວງລາດ ເຈົ້າຂອງຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກໃນຜະລິດຕະພັນຫັດຖະກຳ ແລະ ໄດ້ນໍາເອົາຜະລິດຕະພັນດັ່ງກ່າວມາວາງຂາຍ ເພື່ອເຜີຍແຜ່ສີໄມ້ລາຍມືຫັດຖະກຳທີ່ສວຍງາມ ແລະ ປານີດຂອງຄົນລາວສູ່ສາຍຕາສັງຄົມໄດ້ຊົມໃຊ້.
ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ໃນວັນທີ 14ກໍລະກົດຜ່ານມາ, ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງເມືອງຈຳປາສັກ ແຂວງຈໍາປາສັກໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ຊຶ່ງພົບເຫັນໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ,ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ.ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ເພີ່ມເຕີມ