ທ່ານ ພັທ ວິຊາຍ ຫານວິໄລ ຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 20 ເມສານີ້ວ່າ: ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ເລີ່ມແຕ່ວັນທີ 12-18 ເມສາ ຜ່ານມາ ໄດ້ມີອຸບັດເຫດເກີດຂຶ້ນທັງໝົດ 8 ເລື່ອງ, ພາຫານະເປ່ເພ 13 ຄັນ. ໃນນັ້ນ, ເປ່ເພເລັກນ້ອຍ 3 ຄັນ, ເປ່ເພສົມຄວນ 9 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.
ໃນວັນທີ 21 ເມສານີ້, ທີ່ກອງຮ້ອຍ ທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ມີສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພິທີປະກາດສ້າງຕັ້ງ 6 ຕາແສງຂອງເມືອງຫີນບູນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ເມສາຍນີ້, ເປັນກຽດເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫີນບູນ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມໃນວັນທີ 20 ເມສາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີອະດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກ ງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດເຂົ້າຮ່ວມ.