ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.
ໃນວັນທີ 10 ສິງຫາ ຜ່ານມາ ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການພົວພັນດ້ານເສດຖະກິດລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.