ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຜູ້ຊ່ຽວຊາຍດ້ານອຸດສາຫະກຳການບິນກ່າວວ່າ, ໃນຫຼາຍເດືອນຂ້າງໜ້າ, ນັກທ່ອງທ່ຽວທົ່ວໂລກຕ້ອງທຳໃຈກຽມພ້ອມຮັບມືກັບຖ້ຽວບິນຖືກຍົກເລີກ, ເສັ້ນທາງການບິນຫຼຸດໜ້ອຍລົງ ແລະ ລາຄາປີ້ເຮືອບິນເພີ່ມຂຶ້ນ, ເພາະວ່າບໍລິສັດການບິນຫຼາຍແຫ່ງພວມເຂົ້າສູ່ໄລຍະປ້ອງກັນຕົນເອງເພື່ອໃຫ້ຢູ່ລອດ ໂດຍຜ່ານການຫຼຸດຖ້ຽວບິນໃຫ້ໜ້ອຍລົງ ແລະ ເພີ່ມລາຄາປີ້ເຮືອບິນ ເພື່ອຮັບມືກັບສະພາບການບໍ່ເອື້ອອຳນວຍຕ່າງໆ ຄື: ນ້ຳມັນເຊື້ອໄຟການບິນມີການຕອບສະໜອງບໍ່ພຽງພໍ ແລະ ມີລາຄາເພີ່ມຂຶ້ນຢ່າງຫຼວງຫຼາຍເປັນຕົ້ນ.
ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າກວາງໂຈ່ວຄັ້ງທີ 139 ໄລຍະທີ 1 ໄດ້ສິ້ນສຸດລົງໃນວັນທີ 19 ເມສາ ຜ່ານມາ, ໂດຍໄດ້ສະແດງໃຫ້ເຫັນຜົນງານດ້ານນະວັດຕະກຳຂອງລະບົບອຸດສາຫະກຳທີ່ກ້າວໜ້າຂອງຈີນຢ່າງຄົບຊຸດ.
ຂ່າວຕ່າງປະເທດລາຍງານວ່າ: ອົງການພະລັງງານສາກົນ (IEA) ໄດ້ອອກບົດລາຍງານການທົບທວນພະລັງງານໂລກໃນວັນທີ 20 ເມສາ ຜ່ານມາ ໂດຍລະບຸວ່າ, ປະລິມານການໃຊ້ໄຟຟ້າທົ່ວໂລກ ໃນປີ 2025 ເພີ່ມຂຶ້ນ 3%, ໂດຍສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການລົດໄຟຟ້າ (EV) ແລະ ສູນຂໍ້ມູນ (Data Center) ທີ່ເພີ່ມຂຶ້ນຢ່າງໄວວາ. ເຖິງຢ່າງໃດກໍຕາມ, ຕົວຂັບເຄື່ອນຫຼັກຍັງຄົງເປັນຂະແໜງອຸດສາຫະກຳ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ ແລະ ອາຄານການຄ້າ.
ຂ່າວຕ່າງປະເທດລາຍງານວ່າ: ໃນຕອນບ່າຍຂອງວັນທີ 20 ເມສາ ຜ່ານມາ, ຍີ່ປຸ່ນໄດ້ລາຍງານພົບຄື້ນສຶນາມິຢູ່ບໍລິເວນນອກຊາຍຝັ່ງຂອງແຂວງອິວາເຕະ ແລະ ແຂວງອາໂອໂມຣິ ໃນມະຫາສະໝຸດປາຊີຟິກ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.5 ຣິກເຕີ ຢູ່ນອກຊາຍຝັ່ງຂອງຊັນຣິກຸ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ. ໂດຍທີ່ທ່າເຮືອຄູຈິ ໃນແຂວງອິວາເຕະ ວັດແທກຄື້ນໄດ້ສູງເຖິງ 80 ຊັງຕີແມັດ.