
ຄອສພ ອວຍພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/ 2025) ຄົບຮອບ 80 ປີ ໃນວັນທີ 20 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ.