ກອງປະຊຸມວຽກງານໄອຍະການໄທ-ລາວ ຄັ້ງທີ II ວ່າດ້ວຍການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ພາຍໃຕ້ຫົວຂໍ້: “ການຮ່ວມມືໄອຍະການລາວ-ໄທ ໃນການຕ້ານອາຊະຍາກຳໄຊເບີ” ຈັດຂຶ້ນໃນວັນທີ 12-13 ມີນາ ນີ້ ທີ່ໂຮງແຮມພູລແມນ ຂອນແກ່ນ ຣາຊາ ອໍຄິດ ຈັງຫວັດຂອນແກ່ນ ຣາຊະອານາຈັກໄທ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ມົງຄຸນ ຈິຣະໄຊສະກຸນ ຮອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ຈູມພົນ ພັນສຳລິດ ໄອຍະການອາວຸໂສ ທີ່ປຶກສາຂອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາຈັກລຸກຊໍາບວກ, ທ່ານ ແຄັດເຊັນເດຍ ເລເນເວຍ ອຸປະທູດ ແຫ່ງຣາຊະອານາຈັກ ລຸກຊຳບວກ ປະຈຳຣາຊະອານາຈັກໄທ ແລະ ທ່ານ ສົມສັກ ວິໄລທອນ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳຈັງຫວັດຂອນແກ່ນ, ມີບັນດາທ່ານຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ອົງການໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ອົງການໄອຍະການພາກ 4 (ຈັງຫວັດຂອນແກ່ນ) ຫົວໜ້າອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ຣາຊະອານາຈັກໄທ, ຊ່ຽວຊານຈາກອົງການ UNODC ພ້ອມດ້ວຍພະນັກງານໄອຍະການສອງຝ່າຍເຂົ້າຮ່ວມ.
ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູຸດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 12 ມີນານີ້, ໃຫ້ກຽດຕ້ອນຮັບ ໂດຍທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ.
ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ຈາກເທດສະບານເມືອງໄຊຈໍາພອນ - ດ່ານປະເພນີນໍ້າອອນ (ຊາຍແດນລາວ-ຫວຽດນາມ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມີນານີ້ ທີ່ເທສະບານເມືອງໄຊຈໍາພອນແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເລຂາພັກແຂວງບໍລິຄຳໄຊ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ; ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳແຂວງບໍລິຄຳໄຊ, ແຂວງຮ່າຕິ່ງ-ແຂວງເຫງະອານ ສສ ຫວຽດນາມ ຕະຫຼອດຮອດການນຳເມືອງໄຊຈຳພອນ ແລະ ບໍລິສັດ ທີ່ໃຫ້ການຊ່ວຍເຫຼືອທຶນກໍ່ສ້າງເສັ້ນທາງດັ່ງກ່າວ ເຂົ້າຮ່ວມ.
ຫຼັງຈາກການປຶກສາຫາລື ແລະ ຮ່ວມກັນສ້າງສາມາເປັນເວລາ 10 ກວ່າປີ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ ແລະ ໄດ້ກາຍເປັນຄັນທຸງທີ່ມີສີສົດໃສແຫ່ງໂລກາພິວັດຮູບແບບໃໝ່. ບົດລາຍງານວຽກງານຂອງລັດຖະບານຈີນປີ 2026 ໄດ້ຈັດເອົາການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງເຂົ້າໃນໜ້າທີ່ຈຸດສຸມໃນຂົງເຂດການເປີດປະຕູສູ່ພາຍນອກໃນລະດັບສູງ. ການຈັດວາງແບບນີ້ແມ່ນສອດຄ່ອງກັບທ່າອ່ຽງການພັດທະນາຂອງທົ່ວໂລກຢ່າງແໜ້ນແຟ້ນ ໂດຍສຸມໃສ່ຄວາມຕ້ອງການໃນການຫັນເປັນທັນສະໄໝຂອງປະເທດເຂດໂລກໃຕ້, ທັງໄດ້ວາງແຜນທີ່ຈະແຈ້ງໃຫ້ແກ່ການລົງເລິກການຮ່ວມມືສາກົນ ແລະ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນໄລຍະຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ ແລະ ໄດ້ເພີ່ມພະລັງຂັບເຄື່ອນອັນເຂັ້ມແຂງທີ່ໝັ້ນທ່ຽງໃຫ້ແກ່ການພັດທະນາເສດຖະກິດໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ ແລະ ການປ່ຽນແປງ.