
ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ
ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ.