ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍລາຍງານວ່າ, ກຳປູເຈຍສາມາດຜະລິດຄຳແທ່ງບໍລິສຸດ ໄດ້ປະມານ 20 ໂຕນພາຍໃນ 5 ປີ ຫຼັງຈາກເລີ່ມການຂຸດຄົ້ນຄຳໃນເດືອນມິຖຸນາ 2021 ແລະ ປັດຈຸບັນ, ມີບໍລິສັດ 7 ແຫ່ງໄດ້ຮັບໃບອະນຸຍາດໃຫ້ຂຸດຄົ້ນຄຳໃນຫຼາຍແຂວງ, ລວມທັງແຂວງມົນທົນຄີຣີ, ກຣະແຈະ, ພຣະວິຫານ ແລະ ກຳປົງທົມ.
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ໃນວັນທີ 11 ທັນວາ ຜ່ານມານີ້, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງສື່ມວນຊົນຈີນແລະຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ

ເພີ່ມເຕີມ