“ກະ​ແສ​ນິ​ຍົມ​ດ້ານ​ການ​ຕ່າງ​ປະ​ເທດ” ສ່ອງ​ແສງ​ເຖິງ​ຄວາມ​ໃຈ​ກວ້າງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່

“ກະ​ແສ​ນິ​ຍົມ​ດ້ານ​ການ​ຕ່າງ​ປະ​ເທດ” ສ່ອງ​ແສງ​ເຖິງ​ຄວາມ​ໃຈ​ກວ້າງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່

​ຂ່າວສານຊີອາໄອລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບມຸງ​ກຸດ​ຣາ​ຊະ​ກຸ​ມານ​ແຫ່ງ​ອາ​ບູ​ດາ​ບີ​ ສະ​ຫະ​ລັດ ​ອາ​ຣັບ ​ເອ​ມີ​ເຣດ, ທ່ານ​ ເປ​ໂດ​ຣ ຊານ​ເຊັ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ, ທ່ານ ​ເຊີ​ເກລັ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ແລະ ທ່ານ​ ໂຕ​ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດຫວຽດນາມ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ​ຕາມ​ລຳ​ດັບ.
ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ໃນ​ໂລກ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງເພື່ອໃຫ້ຢູ່ລອດ

ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ໃນ​ໂລກ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງເພື່ອໃຫ້ຢູ່ລອດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຜູ້​ຊ່ຽວ​ຊາຍ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ບິນ​ກ່າວ​ວ່າ, ໃນຫຼາຍ​ເດືອນ​​ຂ້າງ​ໜ້າ, ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ຕ້ອງ​ທຳ​ໃຈ​ກຽມ​ພ້ອມ​ຮັບ​ມື​ກັບ​ຖ້ຽວ​ບິນ​ຖືກ​ຍົກ​ເລີກ, ​ເສັ້ນ​ທາງ​ການ​ບິນຫຼຸດ​ໜ້ອຍ​ລົງ ແລະ​ ລາຄາ​​ປີ້​ເຮືອ​ບິນເພີ່ມ​ຂຶ້ນ, ເພາະ​ວ່າ​ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ພວມ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງ​​ເພື່ອໃຫ້​ຢູ່​ລອດ ​ໂດຍ​ຜ່ານ​ການຫຼຸດ​ຖ້ຽວ​ບິນ​ໃຫ້​ໜ້ອຍ​ລົງ ແລະ ​ເພີ່ມ​ລາ​ຄາ​ປີ້​ເຮືອ​ບິນ ເພື່​ອ​ຮັບ​ມືກັບ​ສະ​ພາບ​ການ​​ບໍ່​ເອື້ອ​ອຳ​ນວຍຕ່າງໆ ຄື: ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ມີກ​ານ​ຕອບ​ສະ​ໜອງ​ບໍ່​ພຽງ​ພໍ ແລະ ​​ມີລາ​ຄາ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍເປັນ​ຕົ້ນ.
ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າກວາງໂຈ່ວຄັ້ງທີ 139 ໄລຍະທີ 1 ໄດ້ສິ້ນສຸດລົງໃນວັນທີ 19 ເມສາ ຜ່ານມາ, ໂດຍໄດ້ສະແດງໃຫ້ເຫັນຜົນງານ​ດ້ານນະວັດຕະກຳຂອງລະບົບອຸດສາຫະກຳທີ່ກ້າວໜ້າຂອງຈີນຢ່າງຄົບຊຸດ.
IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ອົງການພະລັງງານສາກົນ (IEA) ໄດ້ອອກບົດລາຍງານການທົບທວນພະລັງງານໂລກໃນວັນທີ 20 ເມສາ ຜ່ານມາ ໂດຍລະບຸວ່າ, ປະລິມານການໃຊ້ໄຟຟ້າທົ່ວໂລກ ໃນປີ 2025 ເພີ່ມຂຶ້ນ 3%, ໂດຍສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການລົດໄຟຟ້າ (EV) ແລະ ສູນຂໍ້ມູນ (Data Center) ທີ່ເພີ່ມຂຶ້ນຢ່າງໄວວາ. ເຖິງຢ່າງໃດກໍຕາມ, ຕົວຂັບເຄື່ອນຫຼັກຍັງຄົງເປັນຂະແໜງອຸດສາຫະກຳ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ ແລະ ອາຄານການຄ້າ.
ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຂ່າວຕ່າງປະເທດລາຍງານວ່າ: ໃນຕອນບ່າຍຂອງວັນທີ 20 ເມສາ ຜ່ານມາ, ຍີ່ປຸ່ນໄດ້ລາຍງານພົບຄື້ນສຶນາມິຢູ່ບໍລິເວນນອກຊາຍຝັ່ງຂອງແຂວງອິວາເຕະ ແລະ ແຂວງອາໂອໂມຣິ ໃນມະຫາສະໝຸດປາຊີຟິກ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.5 ຣິກເຕີ ຢູ່ນອກຊາຍຝັ່ງຂອງຊັນຣິກຸ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ. ໂດຍທີ່ທ່າເຮືອຄູຈິ ໃນແຂວງອິວາເຕະ ວັດແທກຄື້ນໄດ້ສູງເຖິງ 80 ຊັງຕີແມັດ.
ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ໃນວັນທີ 11 ທັນວາ ຜ່ານມານີ້, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງສື່ມວນຊົນຈີນແລະຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ

ເພີ່ມເຕີມ