ວັນທີ 15 ກັນຍາ 2026 ນີ້, ທີ່ດ່ານສາກົນ ຈາລໍ່ ແຂວງກວາງຈິ ສສ ຫວຽດນາມ (ດ່ານນາເພົ້າແຂວງຄຳມ່ວນ ສປປ ລາວ) ໄດ້ຈັດຕັ້ງຊ້ອມຮົບຮ່ວມ ຈັບກຸມອາຊະຍາກໍາ ຊື້ຂາຍ, ຂົນສົ່ງຢາເສດຕິດ ມີອາວຸດຂ້າມຊາຍແດນ ລາວ-ຫວຽດນາມ ລະຫວ່າງ ກອງບັນຊາການທະຫານ ແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຄໍາມ່ວນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ, ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ພັນເອກ ສັກສິດ ພິຈິດ ຮອງຜູ້ບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫວໍ ຕຽນ ງິ ຮອງຜູ້ບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີບັນດາຄະນະຜູ້ແທນ ແລະ ແຂກຖືກເຊີນຈາກອົງການທີ່ກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.
ການພົບປະແລກປ່ຽນບົດຮຽນ ແລະ ປຶກສາຫາລື ຮ່ວມກັນລະຫວ່າງ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມໄຊ ສປປ ລາວ ແລະ ຂະແໜງການທ່ອງທ່ຽວ ແຂວງດຽນບຽນ ສສ ຫວຽດນາມ ໃນການຮ່ວມມື ດ້ານການທ່ອງທ່ຽວ ກ່ຽວກັບການຮ່ວມມື ພັດທະນາ ແລະ ເຊື່ອມໂຍງ ເສັ້ນທາງການທ່ອງທ່ຽວສອງແຂວງ ຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ແຂວງອຸດົມໄຊ ໂດຍມີທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງອຸດົມໄຊ, ທ່ານ ນາງ ກາວ ທິຕວຽດລານ ຄະນະປະຈຳພັກແຂວງ, ຮອງປະທານ ຜູ້ປະຈຳການ ສະພາປະຊາຊົນ ແຂວງດຽນບຽນ ພ້ອມດ້ວຍຄະນະເຂົ້າຮ່ວມ.
ຂປລ. ພິທີເຊັນສັນຍາ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕົ້ນ ບ້ານຫ້ວຍສະແລບ ເມືອງຊຳໃຕ້ ແຂວງຫົວພັນ ໃນມູນຄ່າ 119,711 ໂດລາ ຊຶ່ງເປັນທຶນຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະຖານທູດຢີ່ປຸ່ນ, ຕາງໜ້າຝ່າຍຢີ່ປຸ່ນ ເຊັນໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕາງໜ້າຝ່າຍລາວ ແມ່ນ ທ່ານ ມີໄຊ ພອນທະວີສຸກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳໃຕ້ ໂດຍມີ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນວັນທີ 14 ກັນຍາ ຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ, ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະກຳມະການກາແດງສາ ກົນ (ICRC) ນໍາໂດຍ ທ່ານ Jürg Lauber ຮອງປະທານ ICRC ພ້ອມດ້ວຍຄະນະ ໂອກາດເດີນ ທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.