ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ຄະນະບໍລິຫານງານພັກເມືອງບໍ່ແຕນ ເຄື່ອນໄຫວຊຸກຍູ້ທະຫານຊາຍແດນ 159

ໃນວັນທີ 26 ພຶດສະພາຜ່ານມາ, ທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານຊາຍແດນ 159 ທີ່ປະຈຳການ ແນວໜ້າຢູ່ປ້ອມປາກຮອຍ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ຮທ ສົມນຶກ ເພັງພັກດີ ຫົວໜ້າໝວດປ້ອມປາກຮອຍ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍຄະນະເຂົ້າຮ່ວມ.
ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພາກລັດ-ເອກະຊົນຮ່ວມມື ເພີ່ມປະສິດທິພາບການກວດສຸຂະພາບແຮງງານ

ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ສະຫະພັນນັກຮົບເກົ່າ 3 ແຂວງພາກກາງ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ເພີ່ມເຕີມ