ຂ່າວສານຊີອາໄອລາຍງານວ່າ: ວັນທີ 18 ເມສາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດມາເລເຊຍສາມາດເຈລະຈາກັບຣັດເຊຍກ່ຽວກັບການສະໜອງນໍ້າມັນເຊື້ອໄຟ ເພື່ອຮັບປະກັນຄັງສຳຮອງພະລັງງານຂອງມາເລເຊຍພຽງພໍກັບຄວາມຕ້ອງການຂອງປະເທດຕົນ.
ຂ່າວສານຊີອາໄອລາຍງານ ໃນວັນທີ 19 ເມສາ ຜ່ານມາວ່າ: ອີງຕາມສະຖິຕິຂອງອົງການພາສີກົງເປີຍຈີນ, ໃນໄຕມາດທີໜຶ່ງປີນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກຜ່ານດ່ານທາງຫຼວງຈູ່ໄຫຂອງຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວ ບັນລຸເຖິງ 96 ຕື້ 170 ລ້ານຢວນ, ທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ເພີ່ມຂຶ້ນ 55,4%, ຖານະບົດບາດຂອງດ່ານຂົວໃຫຍ່ດັ່ງກ່າວທີ່ເປັນຊ່ອງທາງສຳຄັນຕົ້ນຕໍດ້ານການຄ້າຕໍ່ຕ່າງປະເທດຂອງຝັ່ງຕາເວັນຕົກແມ່ນ້ຳຈູ່ຈ່ຽງນັບມື້ນັບພົ້ນເດັ່ນຂຶ້ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກຸ່ມບໍລິສັດ Lulu Group International ໄດ້ຈ້າງເຮືອບິນຂົນສົ່ງຜັກໝາກໄມ້ສົດເກືອບ 100 ໂຕນຈາກ ຫວຽດນາມ ໄປຍັງສະຫະລັດ ອາຣັບ ເອມມີເລດ (UAE).
ຂ່າວສານຊີອາໄອລາຍງານວ່າ: ລະຫວ່າງວັນທີ 11 ຫາ 15 ເມສາ ຜ່ານມານີ້, ທ່ານ ເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການອີກຄັ້ງໜຶ່ງ. ນີ້ແມ່ນການເດີນທາງມາຢ້ຽມຢາມຈີນຄັ້ງທີ 4 ພາຍໃນເວລາ 4 ປີຂອງທ່ານ ເປໂດຣ ຊານເຊັສ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານທ່ານ ເປໂດຣ ຊານເຊັສ, ສອງຝ່າຍໄດ້ລົງນາມເອກະສານການຮ່ວມມືຫຼາຍສະບັບໃນຂົງເຂດເສດຖະກິດການຄ້າ, ການສຶກສາ, ວິທະຍາສາດເຕັກໂນໂລຊີ, ກະສິກຳ, ສະບຽງອາຫານ ແລະ ອື່ນໆ.