ກອງປະຊຸມຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ແລະ ຕິດຕາມສະພາບໄຟ ໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ແລະ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽຈັນ, ເຂົ້າຮ່ວມມີບັນດາຮອງຄະນະອົງການປົກຄອງແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການຈາກຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ.
ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນປະເທດ (ປກສ) ໄດ້ຖະແຫຼງຂ່າວກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພ.ສ 2569. 7 ວັນອັນຕະລາຍ ເລີ່ມແຕ່ວັນທີ 12-18 ເມສາ 2026 ຕໍ່ສື່ມວນຊົນໃນວັນທີ 20 ເມສານີ້, ທີ່ກົມໃຫຍ່ຕໍາຫຼວດວ່າ: ທົ່ວປະເທດ ພົບເຫັນຜູ້ລະເມີດຈະລາຈອນທັງໝົດ 11,002 ຄົນ ຍິງ 4,530 ຄົນ, ໄດ້ສຶກສາອົບຮົມ 9,880 ຄົນ; ກວດກາຈັບຄວາມໄວທັງໝົດພົບເຫັນນໍາໃຊ້ຄວາມໄວເກີນກໍານົດທັງໝົດ 11,22 ຄັນ, ຄວາມໄວສູງສຸດ 122 ກິໂລແມັດ/ຕໍ່ຊົ່ວໂມງ; ກວດພົບທາດເຫຼົ້າໃນຮ່າງກາຍ ເກີນກໍານົດ150 ຄົນ. ໃນນັ້ນ, ໄດ້ກັກພາຫະນະທັງໝົດ 52 ຄັນ, ກັກເອກະສານ 42 ໃບ (ໃບຂັບຂີ່ 42 ໃບ).
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີເປີດຊຸດຝຶກອົບຮົມວຽກງານພັດທະນາແມ່ຍິງ ສໍາລັບພະ ນັກງານການນໍາສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງ ສສຍລ ຂຶ້ນໃນວັນທີ 20 ເມສານີ້ ທີ່ສູນອົບຮົມແມ່ຍິງລາວ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສໍາມະນາກອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ພິທີເປີດບໍລິການລົດເມດ່ວນ (BRT) ເຊື່ອມຕໍ່ຈາກສະຖານີດັ່ງກ່າວ ຈັດຂຶ້ນໃນວັນທີ 20 ເມສານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີທ່ານ ຈັນທະລາ ພົມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.