ພິທີເຊັນສັນຍາວ່າດ້ວຍການຮ່ວມມືດ້ານວິຊາການ ເພື່ອເພີ່ມປະສິດທິພາບການກວດສຸຂະພາບແຮງງານ ພາຍໃນ ແລະ ຕ່າງປະເທດ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຮງໝໍສາກົນຄຳມ່ວນ ໃນວັນທີ 28 ພຶດສະພານີ້, ທີ່ຮ້ານອາຫານເວສຕ້າ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກງານທີ່ເຮັດວຽກກວດກາ ຂອງສະຫະພັນນັກຮົບເກົ່າ 3 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດເປັນປະທານກ່າວປິດຂອງທ່ານ ພົນໂທ ວົງຄຳ ພົມມະກອນ ຮອງເລຂາຄະນະພັກ, ຮອງປະທານ ສນຫລ ທັງເປັນປະທານກວດກາ ສນຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳຜູ້ນໍາແຫກຄຸກໂພນເຄັງຢ່າງມະຫັດສະຈັນ ຄົບຮອບ 66 ປີ ແລະ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ຂຶ້ນໃນວັນທີ 27 ພຶດສະພາຜ່ານມາ. ໂດຍການເປັນປະທານຂອງສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.