ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 1 ກໍລະກົດ ຜ່ານມານີ້ ອີຣານເປີດເຜີຍໃຫ້ຮູ້ວ່າ, ທ່ານ ຄາເຊມ ກາຣີບາບາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ນຳພາຄະນະຜູ້ແທນທີ່ປະກອບດ້ວຍພາກສ່ວນຕ່າງໆ ເຊັ່ນ: ກະຊວງການຕ່າງປະເທດອີຣານ, ທະນາຄານກາງອີຣານ ແລະ ອື່ນໆ ເດີນທາງໄປຢ້ຽມຢາມກາຕາ ແລະ ພົບປະກັບທ່ານ ໂມຮຳເມັດ ບິນ ອັບດູນຣາມານ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງ ປະເທດກາຕາ ຢູ່ນະຄອນຫຼວງໂດຮາຂອງກາຕາ ໃນວັນທີ 1 ກໍລະກົດ ຜ່ານມາ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງອາເມຣິກາ-ອີຣານ ແລະ ຫົວຂໍ້ອື່ນໆ, ລວມທັງ “ການກຳຈັດອຸປະສັກທີ່ມີຢູ່” ໃນບັນຫາການປະຕິບັດການຢຸດຍິງຢູ່ລີບັງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ທ່ານ ຣູເນີ ໂຟລເບິຣກຮາເກນ ຫົວໜ້າຝ່າຍປະຕິບັດງານດ້ານສະພາບອາກາດ, ຄວາມຍືນຍົງ ແລະ ວິທະຍາສາດ ຂອງອົງການອາວະກາດເອີຣົບ (ESA) ໄດ້ໃຫ້ສຳພາດກັບສຳນັກຂ່າວຊິນຫົວ ທີ່ເມືອງດັບລິນ ປະເທດອຽກລັງ ວ່າ: ຄື້ນຄວາມຮ້ອນທີ່ຮຸນແຮງຂຶ້ນ ແລະ ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງທຸກໆປີ ບໍ່ສາມາດເປັນພຽງປະກົດການສະພາບອາກາດສະເພາະໃນທ້ອງຖິ່ນໄດ້ອີກຕໍ່ໄປ. ໂດຍນັກສ້າງແບບຈຳລອງ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດເຫັນດີວ່າໂລກກຳລັງປະເຊີນກັບອຸນຫະພູມສະເລ່ຍທີ່ສູງຂຶ້ນຢ່າງຕໍ່ເນື່ອງ.
ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຂໍ້ມູນຈາກບໍລິສັດວິເຄາະຂໍ້ມູນການບິນ "Cirium" ລະບຸວ່າ: ກ່ອນເກີດຂໍ້ຂັດແຍ່ງ ສາຍການບິນ Emirates, Qatar Airways ແລະ Etihad Airways ໄດ້ຂົນສົ່ງຜູ້ໂດຍສານເກືອບໜຶ່ງສ່ວນສາມຈາກອາຊີໄປເອີຣົບ ລວມທັງຜູ້ໂດຍສານຫຼາຍກວ່າເຄິ່ງໜຶ່ງຈາກອົສຕຣາລີ ແລະ ນູແວນເຊລັງ.
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ສະພາບການດຳເນີນງານຂອງອຸດສາຫະກຳຊັອຟແວ ໃນລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ 2026 ວ່າ: ອຸດສາຫະກຳຊັອຟແວຂອງຈີນມີລາຍຮັບເຖິງ 6,245 ຕື້ 100 ລ້ານຢວນ, ເພີ່ມຂຶ້ນ 10.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມີກຳໄລເຖິງ 717 ຕື້ 300 ລ້ານຢວນ, ເພີ່ມຂຶ້ນ 2.2%; ການສົ່ງອອກການບໍລິການດ້ານຊັອຟແວມີເຖິງ 27 ຕື້ 650 ລ້ານໂດລາ, ເພີ່ມຂຶ້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.