ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະເທດຄູ່ຮ່ວມມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ຣັດເຊຍ) ໄດ້ຕົກລົງຮັກສາລະດັບປະລິມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງດັ່ງກ່າວໝາຍຄວາມວ່າ 7 ປະເທດ ຈະຮັກສາຍອດປະລິມານນ້ຳມັນຢູ່ລະດັບສູງສຸດ ຂຶ້ນເປັນ 31.01 ລ້ານຖັງ/ວັນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ຫ້ອງການຄົ້ນຄວ້າເສດຖະ ກິດມະຫາພາກອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ໄດ້ປະກາດບົດລາຍງານຄວາມໝັ້ນທ່ຽງດ້ານການທະນາຄານຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ສະບັບ 2026 ແລະ ບົດລາຍງານຄາດຄະເນເສດຖະກິດຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ປີ 2026 ສະບັບປັບປຸງໃໝ່ໃນເດືອນຕຸລາ ຢ່າງເປັນທາງການ. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກພະລັງງານຢູ່ຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຢູ່ພາກພື້ນນີ້ມີຄວາມໝັ້ນທ່ຽງໂດຍລວມ.