ວັນທີ 22 ກໍລະກົດ ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມສາມັກຄີເພື່ອຄວາມດີ ມູນຄ່າ 25 ລ້ານກີບ ກ່າວມອບໂດຍທ່ານ ນາງ ຈັນສຸດາ ໄຊຍະພອນ ປະທານສະມາຄົມສາມັກຄີເພື່ອຄວາມດີ ແລະ ກ່າວຮັບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການພັດທະນາອາຊີບ, ປັບປຸງລະບົບການຈັດຕັ້ງການຜະລິດ ແລະ ການພັດທະນາຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຈຸດສຸມພັດທະນາໄດ້ຮັບການເອົາໃຈໃສ່ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ.
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ 20 ກໍໍລະກົດ 2025) ຂຶ້ນໃນວັນທີ 23 ກໍລະກົດ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ, ຄະນະປະທານສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກໍາມະບານລາວ, ເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ, ມີພະນັກງານປະຕິວັດ, ອາວຸໂສ ບໍານານ, ພ້ອມດ້ວຍ ແມ່ຍິງບັນດາກະຊວງ, ອົງການ, ນະຄອນຫຼວງ, ແລ ະພາກສ່ວນຕ່າງໆເຂົ້າຮ່ວມ.
ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.