ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ລມຕ ຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ແລະ ຢ້ຽມຢາມທາງການ ມົງໂກລີ

ໃນວັນທີ 22 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10 ຈັດຂຶ້ນທີ່ປະເທດມົງໂກລີ, ພາຍໃຕ້ຄຳຂວັນ: “25 Years and Beyond: Vision for East Asia and Latin America”, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ Battsetseg Batmunkh ລັດຖະມົນຕີກະຊວງການຕ່າງປະເທດ ມົງໂກລີ, ໃນນາມເປັນປະເທດປະສານງານພາກພື້ນອາຊີຕາເວັນອອກ ແລະ ສ ໂດມິນິກັນ ໃນນາມເປັນປະເທດປະສານພາກພື້ນອາເມຣິກາລາຕິນ ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກຂອບການຮ່ວມມືດັ່ງກ່າວຈຳນວນ 33 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານຮ່ວມ ລະຫວ່າງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

ໃນໂອກາດເດີນທາງຢ້ຽມຢາມມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ຄັ້ງທີ 10, ໃນວັນທີ 21 ສິງຫາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ກອມບໍຈາວ ຊັງຕັງຊາທາຣ (H.E. GombojovZandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານມົງໂກລີ.
ກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ

ກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ

ໃນວັນທີ 20 ສິງຫາ ຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນການທູດຫວຽດນາມ ຄົບຮອບ 80 ປີ (28/8/1945-28/8/2025) ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.
ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ

ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ

ພິທີປະກາດຮັບຮອງເອົາ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງປະຫວັດສາດ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 22 ສິງຫານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມເປັນປະທານ; ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດ, ການນໍາບັນດາກະຊວງ, ບັນດາແຂວງ ລາວ-ຫວຽດ ເຂົ້າຮ່ວມ.
ເພີ່ມເຕີມ